ທຸລະກິດບໍລິການບຳລຸງຮັກສາ

ປະຈຸບັນໂຮງງານອຸດສາຫະກຳ ສ່ວນໃຫຍ່ ຖືກອອກແບບດ້ວຍເຕັກໂນໂລຍີຂັ້ນສູງ ເພື່ອໃຫ້ການທຳງານມີປະສິດທິພາບ ແລະ ມີປະສິດທິຜົນສູງຂື້ນ. ດັ່ງນັ້ນ, ການບຳລຸງຮັກສາເຄື່ອງຈັກທີ່ຊັບຊ້ອນ ຈີ່ງຕ້ອງມີຄວາມແນ່ນອນ ເພື່ອຮັກສາປະສິດທິພາບ ແລະ ຢືດອາຍຸການໃຊ້ງານໃຫ້ຍາວນານຂື້ນ ແລະ ດ້ວຍປະສົບການໃນງານບຳລຸງຮັກສາ, ບໍລິສັດ E&E ມີຜູ້ຊ່ຽວຊານສະເພາະທາງຫລາຍດ້ານ ທີ່ມີຄວາມເປັນມືອາຊີບ ໂດຍສະເພາະງານບໍລິການດ້ານບຳລຸງຮັກສາໃນໂຮງໄຟຟ້າ, ອຸດສະຫະກຳປີໂຕຣເຄມີ, ໂຮງກັ່ນນໍ້າມັນ ແລະ ໂຮງແຍກກາດທຳມະຊາດ.

ບໍລິສັດ E&E ມີທິມງານ ທີ່ມີປະສິດທິພາບ ແລະ ວິສະວະກອນ ທີ່ມີຄວາມຊ່ຽວຊານສະເພາະດ້ານ, ພ້ອມໃຫ້ບໍລິການຕະຫລອດ 24 ຊົ່ວໂມງ ເພື່ອດຳເນີນ ການແກ້ໄຂອຸປະກອນທີ່ມີບັນຫາ ລວມຖຶງງານ Package Maintenance ແລະ ການໃຫ້ຄຳປຶກສາ ກັບ ທິມງານດ້ານບໍາລຸງຮັກສາ ຫລື ງານປັບປຸງພັດທະນາຕ່າງໆ.

ທຸລະກິດໃຫ້ບໍລິການບໍາລຸງຮັກສາ ຄອບຄຸມ 4 ດ້ານຫລັກ ດັ່ງນີ້:

ງານບຳລຸງຮັກສາລະບົບເຄື່ອງກົນຈັກ