ປະຫວັດຄວາມເປັນມາ ຂອງ ບໍລິສັດ

ບໍລິສັດ ອີແອນອີ ເອັນຈີເນັຍຣິ້ງ ແອນ ເຊີວິດ ຈຳກັດ (E&E) ຖືກສ້າງຕັ້ງຂື້ນ ໃນວັນທີ 15 ພະຈິກ 2018 ໂດຍ ສອງຝ່າຍ ຄື: ບໍລິສັດ ບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ ອີດີແອວເຈັນ ຈຳກັດ ຜູ້ດຽວ (EDL-GEN O & M) ແມ່ນ ບໍລິສັດ ໃນເຄືອ ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-GEN) ຖືຮຸ້ນ 100% ແລະ ບໍລິສັດ EGCO Engineering & Service Co., Ltd (ESCO), ເຊີ່ງແມ່ນ ບໍລິສັດ ນຳໜ້າ ໃນການເປັນ ຜູ້ໃຫ້ ບໍລິການ ການເດີນເຄື່ອງ ແລະ ບຳລຸງຮັກສາ ໂຮງໄຟຟ້າ ໃນ ປະເທດໄທ. ບໍລິສັດ E&E ມີທຶນຈົດທະບຽນທັງໝົດ 8.000.000.000 ກີບ, ເຊີ່ງສັດສ່ວນຖືຮຸ້ນ 60% ແມ່ນ ບໍລິສັດ EDL-Gen O&M ແລະ ສ່ວນທີ່ເຫລືອ 40% ແມ່ນ ESCO.

ວັດຖຸປະສົງໃນການສ້າງຕັ້ງບໍລິສັດ

ບໍລິສັດ EDL-Gen O&M ແລະ ບໍລິສັດ ESCO ທັງສອງຝ່າຍ ມີຈຸດປະສົງ ໃນການສ້າງຕັ້ງ ບໍລິສັດ ບໍລິສັດ ອີແນອີ ເອັນຈີເນັຍຣິ້ງ ແອນ ເຊີວິດ ຈຳກັດ (E&E) ແມ່ນ ເພື່ອໃຫ້ ບໍລິການ ການເດີນເຄື່ອງ ແລະ ບຳລຸງຮັກສາ ເຂື່ອນໄຟຟ້ານໍ້າເທີນ 1 ກຳລັງຕິດຕັ້ງ 650 MW  (520MW ສົ່ງອອກຂາຍໃຫ້ EGAT, ປະເທດໄທ ແລະ 130MW ສົ່ງຂາຍໃຫ້ ຟຟລ) ແລະ ມີແຜນຂະຫຍາຍທຸລະກິດ ໃນການໃຫ້ບໍລິການ ແກ່ ເຂື່ອນໄຟຟ້າ ແລະ ໂຮງງານອຸດສາຫະກຳ ຕ່າງໆ ໃນ ສປປ ລາວ.

ການດຳເນີນທຸລະກິດຫລັກ