ທຸລະກິດບໍລິການເດີນເຄື່ອງ (Operation)

ດ້ວຍປະສົບການ ແລະ ຄວາມຊ່ຽວຊານ, ບໍລິສັດ E&E ມຸ່ງຫມັ້ນ ໃຫ້ບໍລິການເດີນເຄື່ອງ ແລະ ບຳລຸງຮັກສາ (O&M) ໂຮງໄຟຟ້າຄົບວົງຈອນ ຕາມມາດຕະຖານສາກົນ ດ້ວຍບຸກຄະລາກອນ ມືອາຊີບ ທີ່ປະຕິບັດງານເດີນເຄື່ອງໂຮງໄຟຟ້າທີ່ທັນສະໄໝ ແລະ ມີປະສິດທິພາບສູງ. ພ້ອມທັງຮັບປະກັນຄວາມພ້ອມໃນການດຳເນີນງານ ແລະ ຄວບຄຸມຕົ້ນທືນ ໂດຍລວມໃຫ້ຢູ່ພາຍໃຕ້ງົບປະມານທີ່ກຳໜົດ.

ບໍລິການເດີນເຄື່ອງ ແລະ ບຳລຸງຮັກສາ ໄດ້ແກ່

  1. ບໍລິການຈັດກຽມງານເດີນເຄື່ອງ ເລີ່ມຕັ້ງແຕ່ ການວາງແຜນ, ການພັດທະນາລະບົບ ແລະການຝຶກອົບຮົມ.
  2. ບໍລິການໃຫ້ຄໍາປຶກສາ ໃນດ້ານຕ່າງໆ ເຊັ່ນ: ການເພີ່ມປະສິດທິພາບໂຮງງານ, ຄວາມໜ້າເຊື່ອຖືຂອງໂຮງງານ, ສ້າງແຜນງານ, ຂັ້ນຕອນການປະຕິບັດງານເດີນເຄື່ອງ ແລະ ບຳລຸງຮັກສາ ແລະ ການຈັດການສາງສິນຄ້າ ເປັນຕົ້ນ.
  3. ບໍລິການຈັດຫາພະນັກງານປະຕິບັດງານ ຕັ້ງແຕ່ການວາງແຜນ, ປະຕິບັດງານ ແລະ ບຳລຸງຮັກສາໂຮງໄຟຟ້າປະເພດຕ່າງໆ ລວມທັງການເກັບ, ລວມລວມ ແລະ ວິເຄາະຂໍ້ມູນການປະຕິບັດງານ ເພື່ອໃຊ້ວິເຄາະຂໍ້ມູນການປະຕິບັດງານ ເພື່ອໃຊ້ວິເຄາະຄວາມຜິດຜາດ ທີ່ອາດຈະເກີດຂື້ນ ຈາກການປະຕິບັດງານ.

ບໍລິສັດ E&E ມີຄວາມຊ່ຽວຊານ ໃນການປະຕິບັດງານ ໃນ ໂຮງງານໄຟຟ້າຄວາມຮ້ອນ ຮ່ວມ,  ໂຮງງານໄຟຟ້າຄວາມຮ້ອນ ແລະ ໂຮງງານພະລັງງານທົດແທນ ຕ່າງໆ ເຊັ່ນ: ຊີວະມວນ, ພະລັງງານແສງອາທິດ, ພະລັງງານນໍ້າ ແລະ ພະລັງງານລົມ ເປັນຕົ້ນ. ຄວບຄຸມ ຕັ້ງແຕ່ ຂັ້ນຕອນການເຄື່ອນຍ້າຍພະນັກງານ ເຂົ້າເຮັດວຽກ ໃນຊ່ວງເລີ່ມປະຕິບັດງານ ໄປຈົນຖຶງຂັ້ນຕອນການປະຕິບັດງານເດີນເຄື່ອງ, ເຊີ່ງພະນັກງານ ທີ່ມີຄຸນນະພາບ ຈະເປັນກະແຈສຳຄັນ ທີ່ທຳໃຫ້ ການປະຕິບັດງານເດີນເຄື່ອງ ແລະ ບຳລຸງຮັກສາ ປະສົບຜົນສຳເລັດ.

ບໍລິສັດ E&E ຝຶກອົບຮົມພະນັກງານພາຍໃຕ້ໂປແກຣມພາຍໃນ ທີ່ເຂັ້ມຂຸ້ນ ສຳລັບການປະຕິບັດງານເດີນເຄື່ອງ ແລະ ບຳລຸງຮັກສາ ເພື່ອສົ່ງມອບປະສົບການ ແລະ ບໍລິການທີ່ມີຄຸນນະພາບໃຫ້ແກ່ລູກຄ້າ ດ້ວຍລະບົບໂຮງໄຟຟ້າທີ່ມີສະຖຽນລະພາບ ແລະ ເປັນໄປຕາມກົດລະບຽບ ດ້ານຄຸນນະພາບ, ຄວາມປອດໄພ ແລະ ສິ່ງແວດລ້ອມ.