ພິທີສະເຫຼີມສະຫຼອງ ການເຊັນຍາ ຄຸ້ມຄອງຜະລິດ ແລະ ບຳລຸງຮັັກສາ (O&M) ຂອງ ເຂື່ອນໄຟຟ້ານໍ້າເທີນ 1 ລະຫວ່າງ ບໍລິສັດ E&E ແລະ ບໍລິສັດ NT1PC

ບໍລິສັດ ອີແອນອີ ເອັນຈີເນັຍຣິ້ງ ແອນເຊີວິດ ຈຳກັດ (E&E) ໄດ້ຈັດພິທີ ສະເຫລີມສະຫລອງ ການເຊັນສັນຍາ ບໍລິການ ຄຸ້ມຄອງການຜະລິດ ແລະ ບຳລຸງຮັກສາ (O&M) ລະຫວ່າງ ບໍລິສັດ E&E ແລະ  ບໍລິສັດນໍ້າເທີນ 1 ພາວເວີ ຈຳກັດ (NT1PC) ຂື້ນ ໃນວັນທີ 02 ພະຈິກ 2022 ທີ່ ໂຮງແຮມ Le Thatluang D’oR Boutique, ນະຄອນຫລວງວຽງຈັນ, ສປປ ລາວ. ໃນພິທີດັ່ງກ່າວ, ຕາງໜ້າ ໂດຍ ທ່ານ ນາງ ສຸກສັນ ພົງພິລາ ປະທານສະພາບໍລິຫານ ບໍລິສັດ E&E ທັງເປັນ ຮອງຜູ້ອຳນວຍການໃຫຍ່ ສາຍງານ ບໍລິຫານ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ກ່າວເປີດພິທີ ດັ່ງກ່າວ ຢ່າງເປັນທາງການ. 

ປີ 2021, ບໍລິສັດ E&E ໄດ້ເຊັນສັນຍາ Pre-Operation Service Agreement (ຊ່ວງໄລຍະ Pre-COD) ນັບແຕ່ວັນ 01 ສິງຫາ 2021 – 13 ສິງຫາ 2022 (COD). ຫລັງຈາກນັ້ນ, ບໍລິສັດ E&E ໄດ້ສຶບຕໍ່ປະຕິບັດສັນຍາ Operation and Maintenance Service Agreement ສຳລັບ Operation   ອາຍຸສັນຍາການບໍລິການທັງໝົດ 14 ປີ ນັບແຕ່ ວັນທີ 14 ສິງຫາ 2022 – 13 ສິງຫາ 2037. ສຳລັບໜ້າວຽກຫລັກ ແມ່ນການປະຕິບັດສັນຍາ operation ແລະ ການຈັດການສັນຍາຊື້ຂາຍໄຟ (PPA), ການບຳລຸງຮັກສາ ເຂື່ອນໄຟຟ້າ ແລະ ສາຍສົ່ງໄຟຟ້າແຮງສູງ 500kV ຈາກ ສະຖານີເຂື່ອນໄຟຟ້ານໍ້າເທີນ 1 ຫາ ສະຖານີໄຟຟ້ານາບົງ 500 kV. ນອກຈາກນີ້, ບໍລິສັດ E&E ຍັງໃຫ້ ສະໜອງການບໍລິການ ທາງດ້ານວິສະວະກຳ ໃນການສ້າງຂອບເຂດໜ້າວຽກ (TOR) ສຳລັບການວາງແຜນເຮັດການກວດກາຈັກປະຈຳປີ ແລະ ການສ້ອມແປງຂະໜາດໃຫຍ່ (major overhauls) ຂອງ ເຂື່ອນໄຟຟ້ານໍ້າເທີນ 1 ແລະ ເຂື່ອນໄຟຟ້າ IPPs ໃນ ສປປ ລາວ.